ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 53 ຄົນ ​ຈາກ​ການ​ປະ​ທະ​ກັນ​ຢູ່ ປາ​ປົວ ນິວ​ກີ​ເນ

     ອີງ​ຕາມ​ລາຍ​ງານ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ແຈ້ງ​ໃຫ້​ຮູ້​ໂດຍ​ອ້າງ​ຂໍ້​ມູນ​ຈາກ​ຕຳຫຼວດ​ທ້ອງຖິ່ນ ໃນ​ວັນ​ທີ 19 ກຸມ
ພາ 2024 ຜ່ານ​ມາ​ນີ້​ວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ 53 ຄົນ ຈາກ​ເຫດການ​ປະ​ທະ​ກັນ​ຢູ່​ເຂດ​ພູ​ພຽງ​ແຫ່ງ​ໜຶ່ງ​ໃນ ປາ​ປົວ ນິວ​ກີ​ເນ.
ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ມີ​ຊາຍ​ຫຼາຍ​ຄົນ​ຖືກ​ຍິງ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ຢູ່​ແຂວງ ເອງ​ກາ (Enga) ຂອງ​ປາ​ປົວ ນິວ​ກີ​ເນ.

     ປັດຈຸບັນ, ສະພາບ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ຊົນເຜົ່າ ພວມ​ເພີ່ມ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນ​ຂົງເຂດ​ດັ່ງກ່າວ. ຕຳຫຼວດ​ທ້ອງ
ຖິ່ນ​ໃຫ້​ຮູ້​ວ່າ: ເຫດການ​ດັ່ງກ່າວ ແມ່ນ​ເຫດການ​ປະ​ທະ​ກັນ​ເຖິງ​ຂັ້ນ​ເສຍ​ຊີວິດ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ​ທີ່​ເກີດ​ຂຶ້ນ​ໃນ
ປາ​ປົວ ນິວ​ກິ​ເນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/02/2024